Friday, September 27, 2013

ໃນປະຈຸບັນມີລະບົບຫ້ອງສະໝຸດຢູ່ໃນທຸກໆໂຮງຮຽນ ຫຼືສະຖາບັນການສຶກສາ ເລີ່ມຈາກລະດັບປະຖົມສຶກສາ,ມັດທະຍົມສຶກສາ ຕະຫຼອດຮອດວິທະຍາໄລ,ມະຫາວິທະຍາໄລ ເຊິ່ງແຕ່ລະແຫ່ງກໍ່ມີການໃຫ້ບໍລິການແກ່ນັກຮຽນ,ນັກສຶກສາ ຫຼືປັນຍາຊົນຕ່າງເຂົ້າຊົມໃຊ້ ເຫັນໄດ້ບັນຫາທີ່ດີ,ຂໍ້ສະດວກ,ຂໍ້ຍຸ້ງຍາກ ໃນການເຂົ້າເຖິງຂໍ້ມູນ ບາງເທື່ອຂໍ້ມູນ ຫຼືທີ່ມີໃນຫ້ອງປຶ້ມ ກໍ່ຕອບສະໝອງໃຫ້ບໍ່ພຽງພໍ ຫຼືບາງຄົນກໍ່ມີຄວາມຈຳເປັນທີ່ຕ້ອງໃຊ້ຫ້ອງສະໝຸດແຕ່ເນື້ອງຈາກເວລາມີຈຳກັດ ອັນເປັນເຫດໜຶ່ງ ທີ່ເຮັດໃຫ້ບໍ່ສາມາດເຂົ້າເຖິງຂໍ້ມູນເຫຼົ່ານັ້ນໄດ້ ແລະອີງໃສ່ເທັກໂນໂລຢີໃນປະຈຸບັນທີ່ມີຄວາມກ້າວໜ້າ ແລະທັນສະໄໝວ່ອງໄວ ທາງທີມງານ ຄົ້ນຄວ້າວິທະຍາສາດການຮຽນ-ການສອນ ຈິ່ງທຸ້ມເຮື່ອເທແຮງໃສ່ ເພື່ອສະໜອງຂໍ້ມູນໃຫ້ ນັກຮຽນ,ນັກສຶກສາ ປັນຍາຊົນໄດ້ເຂົ້າເຖິງຂໍ້ມູນທີ່ຕ້ອງການໄດ້ຢ່າງວ່ອງໄວ,ສະດວກສະບາຍ ດ້ວຍການສ້າງຫ້ອງສະໝຸດອອນໄລນີ້ຂຶ້ນມາ ແລະ ກໍ່ ຫວັງຢ່າງຍິ່ງວ່າຈະໄດ້ຮັບຄວາມຕ້ອນຮັບໄປໃນທາງທີ່ດີ ຖ້າມີອັນຜິດພາດປະການໃດກໍ່ຕ້ອງຂໍໂທດຂໍອະໄພນຳບັນດາທ່ານຜູ້ທີ່ ຊົມໃຊ້ມາຍັງທີ່ນີ້ດ້ວຍ ທາງທີມງານກໍ່ຈະພະຍາຍາມພັດທະນາລະບົບຫ້ອງສະໝຸດນີ້ໃຫ້ດີຂຶ້ນໄປເລື້ອຍໆ
                                                                                                            
                                                                        ໂຮງຮຽນວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ,ວັນທີ 28/9/2013